ຈັດຂະບວນການແຂ່ງຂັນກິລາ ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ປີ
ສະຫາຍ ພັນໂທ ນາງ ຄຳປຸ່ງ ໄຊທະລາສີ ຮອງຫົວໜ້າການເມືອງ ສະຖາບັນອະນາໄມກັນພະຍາດ
ແລະ ສົ່ງເສີມສຸຂະພາບກອງທັບ ເປັນປະທານ ໃນວັນທີ 6/3/2024 ຢູ່ທີ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ
ໃນວັນທີ 6 ມີນາ 2024, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ ໄດ້ຈັດຂະບວນການແຂ່ງຂັນກິລາເປຕັງ
ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ນາງ ຄຳປຸ່ງ ໄຊທະລາສີ ຮອງຫົວໜ້າການ
ເມືອງ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ, ມີຄະນະພັກ-ຄະນະບັນຊາ ຂະແໜງສະຫະພັນແມ່ຍິງ ຕະຫຼອດ
ຮອດສະມາຊິກສະຫະພັນແມ່ຍິງ ແລະ ຊາວໜຸ່ມ ເຂົ້າຮ່ວມ.
ຂະບວນການແຂ່ງຂັນກິລາເປຕັງໃນຄັ້ງນີ້, ມີທັງໝົດ 11 ທີມນັກກິລາເຂົ້າຮ່ວມ, ເຊິ່ງຜົນການແຂ່ງຂັນທີມຊະນະເລີດ ໄດ້ແກ່ ທີມສະ
ຫະພັນແມ່ຍິງ ໜ່ວຍ 6, ຮອງຊະນະເລີດ ທີມຂະແໜງຊາວໜຸ່ມ ແລະ ທີ III ທີມສະຫະ ພັນແມ່ຍິງໜ່ວຍ 4. ທັງນີ້, ເພື່ອແນໃສ່ຊົມເຊີຍ
ບັນດາຜົນງານດ້ານຕ່າງໆ ທີ່ສະມາຊິກສະຫະພັນແມ່ຍິງ ສ້າງໄດ້ໃນໄລຍະຜ່ານມາ, ທັງເປັນການສ້າງຂະບວນການເບີກບານມ່ວນຊື່ນ, ຮັດ
ແໜ້ນຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະພັກ-ຄະນະບັນຊາ, ສະມາຊິກສະຫະພັນແມ່ຍິງ ແລະ ພະນັກງານ-ນັກ
ຮົບໃນກົມກອງໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ແຫຼ່ງທີ່ມາ: ອ້ອຍພັນ ແພງບຸນມີ
ວັນທີ 14/03/2024